|
|||||
|
|||||
ເພງ "ຮັກເຈົ້າ ຕະຫຼອດໄປ" ເປັນຜົນງານເພງຂອງສິນລະປິນສາວລູກປະສົມ ທີ່ຍັງ ສືບຕໍ່ສ້າງຜົນງານເພງດີໆໃຫ້ພວກເຮົາໄດ້ຟັງກັນຢູ່ເລື້ອຍມາ ເປັນເພງທີ່ເໝາະກັບ ຊ່ວງວັນແຫ່ງຄວາມຮັກພໍດີ ເຊີນຮັບຟັງໄດ້. ເພງຕໍ່ໄປນີ້ ຂໍຈັດມອບໃຫ້ທ່ານຜູ້ຟັງທີ່ຂຽນເຂົ້າມາ email ເຂົ້າມາ ຈາກທ່ານນວນຕາ ແກ້ວມະນີ ຈາກສະຫວັນນະເຂດທີ່ຂຽນເຖິງ ຫົວໜ້າຜະແນກພາສາລາວ ຖາມທຸກສຸກ ສະບາຍດີແລະຂໍຟັງເພງ ສະຫວັນແດນຮັກ ຊຶ່ງເພງນີ້ ວັນນະສອນຫາກໍຈັດໃຫ້ໄດ້ ຟັງ ກັນ ໃນເມື່ອບໍ່ດົນມານີ້ມານີ້ ແລະອີກປະການນຶ່ງຢ້ານວ່າ ທ່ານຜູ້ຟັງຈະເບື່ອແລະ ເຂົ້າໃນຜິດທີ່ວ່າ ມັກແຕ່ຄົນສະຫວັນ ນະເຂດຊັ້ນບໍ່? ຄວາມຈິງແລ້ວວັນນະສອນ ກໍຮັ ຄົນລາວດ້ວຍກັນນັ້ນລະ ບໍ່ວ່າຈະມາຈາກຖິ່ນແດນໃດ ດັ່ງເນື້ອຫາຂອງເພງນີ້ ເພາະສະນັ້ນ ວັນນະສອນກໍເລີຍຂໍຈັດເພງທໍານອງດຽວກັນ ແຕ່ເປັນການຮ້ອງຕອບຂອງຝ່າຍຍິງ ທີ່ໄດ້ ສິນລະປິນສາວລາວ ຈາກອອສເຕຣເລຍ ແດງ ຈໍາພອນ ຂັບຮ້ອງ ໃນບົດເພງ "ສາວສະຫວັນຄອຍຮັກ." |
|||||
ຂໍ້ມູນວຽກທີ່ກ່ຽວຂ້ອງ
|